ບັນທຶກນີ້ມັນຄວາມໝາຍຄືຊີວິດຂອງຂ້ອຍມັນມີຄວາມສຳຄັນສຳຫຼັບຂ້ອຍມັນເປັນເພື່ອນຄູ່ກາຍ ຂອງຢູ່ຕະຫຼອດເວລາມັນຄອຍ
ໃຫ້ຫວັງຄວາມອົບອຸ່ນບາງວັນຂ້ອຍເຫງົາຂອຍ້ມັກເອົາມັນມາຂຽນແລ້ວກໍ່ອ່ານຄືນຫຼາຍໆຈົບຈົນເຮັດໃຫ້ຂ້ອບຫາຍເຫງົາບາງຄົນ
ເຂົາອາດເວົ້າວ່າຂ້ອຍນັ້ນຄືຄົນບ້າແຕ່ໃນຄວາມຈິງແລ້ວນັ້ນມັນບໍ່ມີໃຜຮູ້ດອກວ່າຊີວິດຂອງຂ້ອຍ ນັ້ນມັນໂດດດ່ຽວງຽບເຫງົາພຽງ
ໃດການທີ່ຂາດຄົນໃຫ້ຄວາມຫ່ວງໃຍສົນໃຈໃນຕົນປຽບສະເໝືອນຄົນທີ່ຢູ່ຢ່າງບໍ່ມີຕົວຕົນເປັນດັ່ງສາຍລົມທີ່ພັດໄປຢ່າງບໍ່ມີຈຸດໝາຍ
ເຫັນແຕ່ພຽງລຳຕົ້ນແລະກິ່ງງ່າໄມ້ໂອ່ນເອ່ນໄຫວໄປໃຫ້ຮູ້ວ່າຍັງມີລົມພັດຢູ່ແຕ່ບໍ່ມີໃຜຮູ້ດອກວ່າຕົນຕົວທີ່ແທ້ຈິງຂອງລົມນັ້ນມັນເປັນຈັ່ງ
ໃດຄິດໃຫ້ຕາຍກໍ່ບໍ່ຮູ້ວ່າຕົວຂອງລົມມັນເປັນຈັ່ງໃດລົມມັນໄຮ້ຕົວຕົນ ແຕ່ມັນຍັງສາມາດສະແດງອັນໃດອັນໜຶ່ງໃຫ້ຄົນຮູ້ນັ້ນແມ່ນລົມ
ໃນວັນນີ້ໄດ້ມີໂອກາດດີມີເວລາຫວ່າງແດ່ຈັກໜ້ອຍວ່າຊັ້ນລະຢູ່ຂ້າງໜ້າມີສະໝຸດພ້ອມດ້ວຍພ້ອມດ້ວຍປາກກາ ແລະ ຄວາມຄົ້ນຄິດ
ອັນປະກາຍແສງແຫ່ງການບັນທຶກຊີວິດຂ້ອຍ ມັນກຳລັງລ່ອງລອຍດັ່ງຈອກແໜໃນແມ່ນະທີອັນກ້ວາງໃຫຍ່