ຄຸນສົມບັດຂອງຜູ້ທີ່ຈະເປັນນັກຂຽນ
Posted by bounakeovongsa on Monday, July 13, 2009
ການຂຽນແມ່ນວຽກທີ່ຕ້ອງອາໃສຄວາມຮູ້ຄວາມຄິດແລະຄວາມຮັກໃນການຂຽນເຊີ່ງບໍ່ແມ່ນເລື່ອງງ່າຍທີ່ທຸກຄົນຈະເຮັດໄດ້
ບາງຄົນອາດຄິດວ່າ ນຶກເຖີງຫຍັງກໍ່ຂຽນໄດ້ຫຼືເຫັນຫຍັງກໍ່ຂຽນໄດ້ໂລດໃນຄວາມຈິງແລ້ວບໍ່ໄດ້ເປັນແນວນັ້ນເພາະການຂຽນ
ໄດ້ກັບການຂຽນເປັນນັ້ນແຕ່ກຕ່າງກັນການຂຽນເປັນຕ້ອງຮູ້ຈັກລຳດັບຄວາມຄິດຂອງຕົນໃຫ້ຜູ້ອຶ່ນຮູ້ເລື່ອງລາວແລະຄວາມ
ເຂົ້າໃຈໃນສິ່ງທີ່ຕົນຄິດ, ໃຊ້ພາສາໄດ້ ງົດງາມ ຖຶກຕ້ອງຕາມຄວາມນິຍົມແລະແບບແຜນການເປັນນັກຂຽນນັ້ນຕ້ອງສຳຫຼວດ
ຕົວເອງວ່າຕ້ອງການເປັນນັກຂຽນປະເພດໃດ ບັນເທີງຄະດີ, ສາລະຄະດີ,ຂ່ຽວຫຼືຂຽນດ້ານວິຊາການຜູ້ທີຈະເປັນນັກຂຽນ
ຕ້ອງມີຄຸນສົມບັດດັ່ງຕໍ່ໄປນີ້ :
1.ຕ້ອງເປັນຄົນສ້າງຝັນນັກຂຽນຫຼືນັກປະພັນອາໃສຕົວໜັງສື ຕົວໜັງສືທີ່ຂຽນອອກໄປບໍ່ແມ່ນຕົວໜັງສືທຳມະດາແຕ່ຕ້ອງ
ຂຽນໃຫ້ງົດງາມເປັນລະບຽບແລະຖ່າຍທອດຄວາມຄິດຝັນ ໃຫ້ເປັນຈິງເປັນຈັງ. ການສ້າງນິດໃສໃຫ້ເປັນຄົນສ້າງຝັນນັ້ນເຮັດ
ໄດ້ໂດຍສົນໃຈເລື່ງຂອງຄົນອື່ນໃຫ້ຫຼາຍອ່ານປື້ມໃຫ້ຫຼາຍເບີ່ງໃຫ້ເຫັນຄວາມງາມຂອງທຳມະຊາດແລະຊີວິດຫັດຂຽນຈົດໝາຍ
ຍາວໆລວມທັງບັນທຶກປະຈຳວັນກໍ່ຊ່ວຍໄດ້ຫຼາຍຄືກັນ.
2.ຕ້ອງເປັນຄົນມັກຮຽນ: ການຮຽນຮູ້ບໍ່ຈຳເປັນຕ້ອງຮຽນອັກສອນສາດຫຼືວິຊາການປະພັນໂດຍກົງກໍ່ໄດ້ແຕ່ໝາຍເຖີງການ
ຮຽນທົ່ວໆໄປ. ຄວາມຮູ້ໃນໂລກນີ້ບໍ່ໄດ້ມີສະເພາະໃນມະຫາວິທະຍາໄລຫຼືໃນໂຮງຮຽນເທົ່ານັ້ນ ແຕ່ມັນມີທຸກແຫ່ງຫົນ.ຜູ້ສົນ
ຈະເປັນນັກຂຽນສາມາດຄົ້ນຄວ້າຫາຄວາມຮູ້ທີ່ຈຳເປັນດ້ວຍຕົນເອງ ຕະຫຼອດເວລາໂດຍທາງກົງແລະທາງອອ້ມເພື່ອຈະຂຽນ
ໄດ້ຖືກຕ້ອງຕາມຄວາມຈິງຫຼືໃກ້ຄຽງຄວາມິງທີ່ສຸດ
3.ພະຍາມຂຽນຕາມທີ່ຕົນຊຳນານຜູ້ຂຽນຄວນສຳຫຼວດຕົນເອງວ່າຊຳນານດ້ານໃດອາດເປັນສາລະຄະດີ, ບົດຄວາມ,ເລື່ອງ
ສັ້ນນະວະນິຍາຍ,ລະຄອນ ແລະອື່ນໆເມື່ອຈັບທາງໄດ້ແລ້ວຈົ່ງພະຍາຍາມສຶກສາຫາຄວາມຮູ້ເລື່ອງນັ້ນ ໃຫ້ກ້ວາງຂວາງເພື່ອ
ຄວາມໝັ້ນໃຈໃຫ້ຕົນເອງຫຼາຍຂື້ນ. ການຂຽນແນວທີ່ຕົນເອງຊຳນານຖືວ່າສຳຫຼ!ຍເພາະການຝຶນໃຈຂຽນໂດຍຕົນເອງບໍ່ຊຳ
ນານນັ້ນມັນຈະເປັນການທໍລະມານຫຼາຍກວ່າຄວາມສະຫໜຸກສະໜານແລະກໍ່ຍາກທີ່ປະສົບຜົນສຳເລັດໄດ້.
4.ຮູ້ຈັກຢູ່ໃນໂລກແຫ່ງຈິນຕະນາການ.ນັກຂຽນຕ້ອງຊ່າງຈິນຕະນາການຢ່າງຊັດເຈນໂດຍສະເພາະການຂຽນເລື່ອງບັນເທີງ
ຄະດີປະເພດເລື່ອງສັ້ນແລະນະວະນິຍາຍ, ແນວຄິດຕົວລະຄອນສາກແລະອື່ນໆ. ຈະບໍ່ຕ້ອງຄຸມເຄືອຈະຕ້ອງໃຫ້ຜູ້ອ່ານມອງ
ເຫັນພາບຢ່າງຊັດເຈນຈົນຜູ້ອ່ານຮູ້ຈັກແລະສະໜິດສະໜົມຍິ່ງກວ່າມິດສະຫາຍຂອງຕົນເອງ ຖ້າເຮັດໄດ້ແນວນັ້ນເອີ້ນວ່ານັກ
ຂຽນປະສົບຜົນສຳເລັດ.
5.ຂຽນໃຫ້ຜູ້ອ່ານຮ້ອງໃຫ້ຫົວແລະຄໍລອຍການຮ້ອງໃຫ້ແລະຫົວເປັນອາລົມຮ່ວມຂອງຜູ້ອ່ານທີ່ເພີດເພີນແລະຄ້ອຍໄປຕາມ
ເລື່ອງຜູ້ໃດເຮັດໄດ້ນັບວ່າເປັນໄຊຊະນະອັນໜຶ່ງ, ທີ່ສາມາດໃຫ້ຜູ້ອ່ານກາຍເປັນສ່ວນໜຶ່ງຂອງບົດເລື່ອງໂດຍບໍ່ຮູ້ຕົວສ່ວນວ່າ
ຜູ້ອ່ານລໍຄອຍໝາຍຄວາມວ່າເຮັດໃຫ້ເກີດຄວາມກະຫາຍຢາກຮູ້ເລື່ອງວ່າຕໍ່ໄປຈະເປັນແນວໃດນັກຂຽນທີ່ດີມັກຈະມີຂໍ້ຄວາມ
ແຝງໄວ້ເພື່ອໃຫ້ຜູ້ອ່ານງົງແລະຕິດຕາມເລື່ອງເພື່ອຈະໄດ້ຮູ້ຕອນຈົບຂອງເລື່ອງ.